Đang xử lý.....

THAI NGUYEN UNIVERSITY OF EDUCATION (TNUE) 

ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລທ້າຍຫງວຽນ​ສະຖາບັນແຫ່ງການສຶກສາຂອງນັກສຶກສາລາວໃນຫວຽດນາມ

ມະຫາວິທະຍາໄລສ້າງຄູທ້າຍຫງວຽນສ້າງຕັ້ງຂຶ້ນເມື່ອປີ 1966, ຫຼັງຈາກສ້າງຕັັ້ງ ແລະ ພັດທະນາໄດ້ເກືອບ 60 ປີ, ມາຮອດປະຈຸບັນ, ມະຫາວິທະຍາໄລສ້າງຄູ-ມະຫາວິທະຍາໄລທ້າຍຫງວຽນໄດ້ກາຍເປັນເຄື່ອງໝາຍໃນການຝຶກອົບຮົມຄູອາຈານ ແລະ ພະນັກງານບໍລິຫານການສຶກສາທີ່ມີຄຸນນະພາບ, ເປັນໜຶ່ງໃນບັນດາມະຫາວິທະຍາໄລສ້າງຄູແຖວໜ້າຂອງຫວຽດນາມ.

ມະຫາວິທະຍາໄລໃຫ້ຄວາມສຳຄັນກັບການພັດທະນາສາຍພົວພັນການຮ່ວມມືລະຫວ່າງປະເທດສະເໝີ. ປະຈຸບັນ, ມະຫາວິທະຍາໄລມີການພົວພັນການຮ່ວມມືກັບເກືອບ 20 ປະເທດທົ່ວໂລກ. ໃນນັ້ນ, ການຮ່ວມມືດ້ານການສິດສອນ ແລະ ບຳລຸງບຸກຄະລາກອນທີ່ມີຄຸນນະພາບໃຫ້ກັບ ສປປ ລາວ ໄດ້ຖືກຕັ້ງເປັນເປົ້າໝາຍຫຼັກ: ໃນໄລຍະຫຼາຍກວ່າ 20 ປີຂອງສິດສອນ, ມະຫາວິທະຍາໄລໄດ້ຝຶກອົບຮົມໃຫ້ນັກສຶກສາລາວເກືອບ 2000 ຄົນໃນແຕ່ລະລະດັບຄື: ປະລິນຍາເອກ, ປະລິນຍາໂທ, ປະລິນຍາຕີ, ກຽມພາສາຫວຽດນາມ ແລະ ຫຼັກສູດ 2+1+1. ດ້ວຍຜົນງານທີ່ກ່າວມາຂ້າງເທິງນັ້ນ, ມະຫາວິທະຍາໄລໄດ້ຮັບກຽດຂຶ້ນຮັບຫຼຽນໄຊມິດຕະພາບຂອງລັດຖະບານລາວຈຳນວນ 2 ຄັ້ງເປັນດັ່ງຄຳຮັບຮອງທີ່ແທ້ຈິງທີ່ສຸດ.

 

ເປັນຫຍັງເຈົ້າຄວນເລືອກມະຫາວິທະຍາໄລສ້າງຄູທ້າຍຫງວຽນ?

  1. ມະຫາວິທະຍາໄລນີ້ເປັນໜຶ່ງໃນມະຫາວິທະຍາໄລຫຼັກຂອງຫວຽດນາມ;
  2. ຫຼັກສູດການຮຽນທີ່ຫຼາກຫຼາຍ (19 ຫຼັກສູດປະລິນຍາຕີ,​ 26 ຫຼັກສູດປະລິນຍາໂທ, 13 ຫຼັກສູດປະລິນຍາເອກ);
  3. ຄູອາຈານທີ່ມີລະດັບການສຶກສາສູງ: 350 ຄົນ(ໃນນັ້ນມີສາສະດາຈານ ແລະ ຮອງສາສະດາຈານຫຼາຍກວ່າ 40 ຄົນ, ປະລິນຍາເອກກວ່າ 170 ຄົນ);
  4. ສະພາບແວດລ້ອມການສຶກສາທີ່ຫຼາກຫຼາຍດ້ານເຊື້ອຊາດ ແລະ ວັດທະນະທຳ: ນັກສຶກສາລາວ 200 ກວ່າຄົນ, ມົງໂກລີ, ໂມຊັມບິກ, ໄນຈີເຣຍ, ໄທ, ໄຕ້ຫວັນ, ຈີນລ້ວນແລ້ວແຕ່ໄດ້ຮັບການສິດສອນຢູ່ທີ່ສະຖາບັນແຫ່ງນີ້;
  5. ຕຶກອາຄານຮຽນທີ່ທັນສະໄໝ: ມີເນື້ອທີ່ກວ່າ 15,8 ເຮັກຕາ, ຫໍສະໝຸດອອນລາຍ, ຫ້ອງຮຽນມີອຸປະກອນການຮຽນທີ່ຫຼາກຫຼາຍ, ເດີ່ນກິລາໃນຮົ່ມ, ສະລອຍນໍ້າ, ຫໍພັກ, ເດີ່ນຕີບຸນສຳລັບນັກສຶກສາລາວ;
  6. ປະສົບການຫຼາຍປີທີ່ໜ້າເຊື່ອຖື, ຄຸນນະພາບໃນການສ້າງບຸກຄະລາກອນລາວ: ຝຶກອົບຮົມແຕ່ປີ 2010 ຮອດປະຈຸບັນໄດ້ຝຶກອົບຮົມເກືອບ 2000 ນັກສຶກສາລາວ, ກຳລັງຝຶກອົບຮົມເກືອບ 200 ນັກສຶກສາລາວທຸກລະດັບ: ກຽມພາສາຫວຽດ, ເຊື່ອມຕໍ່ຊັ້ນສູງຂຶ້ນປະລິນຍາຕີ, ປະລິນຍາຕີ, ປະລິນຍາໂທ, ປະລິນຍາເອກ;
  7. ຄ່າໃຊ້ຈ່າຍສົມເຫດສົມຜົນ: ຖືກກວ່າ 30%-40% ເມື່ອທຽບກັບນະຄອນຮ່າໂນ່ຍ, ນະຄອນໂຮຈີມິນ;
  8. ທີ່ຕັ້ງພູມສັນຖານທີ່ສະດວກ: ຫ່າງຈາກຮ່າໂນ່ຍ 80Km-1,5ຊົ່ວໂມງ, ເດີນທາງດ້ວຍລົດໃຊ້ເວລາ 45 ນາທີໄປສະໜາມບິນໂນ່ຍບ່າຍ;
  9. ກິດຈະກຳທີ່ຫຼາກຫຼາຍ, ມີຫຼາຍທຶນການສຶກສາໃຫ້ກັບນັກສຶກສາຕ່າງປະເທດ: ງານບຸນວັດທະນະທຳສາກົນ, ແຄ້ມລະດູຮ້ອນກ່ຽວກັບພາສາ-ວັດທະນະທຳຫວຽດນາມ, ງານບຸນປີໃໝ່, ທັດສະນະສຶກສາກ່ຽວກັບວັດທະນະທຳຊົນເຜົ່າຢູ່ດົງໂມ່, ຮ່າໂນ່ຍ, ຢ້ຽມຢາມອ່າວຮ່າລອງ;
  10. ສອນພາສາຫວຽດ: ໄດ້ຮັບອະນຸຍາດຈາກກະຊວງສຶກສາທິການ ແລະ ກິລາຫວຽດນາມຕີລາຄາຕາມຄວາມສາມາດ 6 ລະດັບ ແລະ ໄດ້ອອກໃບປະກາດສະນີຍະບັດຕາມຫຼັກສູດ.

ມະຫາວິທະຍາໄລສ້າງຄູທ້າຍຫງວຽນໄດ້ຮັບຄວາມເອົາໃຈໃສ່ຈາກບັນດາສະຖາບັນການສຶກສາລາວ, ສິ່ງນັ້ນໄດ້ສະແດງໃຫ້ເຫັນເຖິງການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຂັ້ນສູງຫຼາຍທ່ານ, ກະຊວງສຶກສາທິການ ແລະ ກິລາລາວ, ສະຖານທູດລາວທີ່ຫວຽດນາມ, ບັນດາອົງການຈັດຕັ້ງ ແລະ ມະຫາວິທະຍາໄລ, ວິທະຍາໄລ.

ຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ໄປຢ້ຽມຢາມ​ມະຫາວິທະຍາ​ໄລ

ຄະນະ​ຜູ້​ແທນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ສະມາຄົມ​ມິດຕະພາບ​ລາວ-ຫວຽດນາມ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ

ຄະນະ​ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ມະຫາວິທະຍາ​ໄລ

ຄະນະຜູ້ແທນສະຖາບັນພັດທະນາອາຊີວະສຶກສາ, ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ມະຫາວິທະຍາໄລສ້າງຄູ

ມະຫາວິທະຍາ​ໄລໄດ້ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ

ມະຫາວິທະຍາໄລສ້າງຄູທ້າຍຫງວຽນໄດ້ສະແດງຄວາມຍິນດີ ເນື່ອງໃນໂອກາດວັນຊາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ມະຫາວິທະຍາ​ໄລ​​ໄດ້​ຝຶກ​ອົບຮົມ​ນັກ​ສຶກສາ​ລາວ​ເກືອບ 2.000 ຄົນ​ໃນແຕ່ລະ​ລະດັບ​ຄື: ປະລິນຍາ​ເອກ, ປະລິນຍາ​ໂທ, ປະລິນຍາ​ຕີ, ກຽມພາສາຫວຽດນາມ ​ແລະ ລະບົບ 2+1+1, ພ້ອມ​ທັງ​ຈັດ​ຕັ້ງ​ການ​ສອບ​ເສັງ​ຈົບພາສາ​ຫວຽດນາມໃຫ້​ແກ່​ນັກ​ສຶກສາ​ລາວ.


ມະຫາວິທະຍາໄລສ້າງຄູທ້າຍຫງວຽນ ໄດ້ຈັດກິດຈະກໍາສໍາລັບນັກສຶກສາລາວເປັນປະຈໍາ

ມະຫາວິທະຍາໄລຈັດກິດຈະກຳມອບຂອງຂວັນໃຫ້ນັກສຶກສາຢູ່ຕ່າງປະເທດ ເນື່ອງໃນໂອກາດບຸນປີໃໝ່ລາວ 2022; ໃນ​ໄລຍະ​​ການ​ແຜ່​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19 ທີ່ກຳລັງແຜ່ລະບາດຢ່າງຫນັກຫນ່ວງ, ທາງ​ໂຮງຮຽນ​ໄດ້​ບໍລິຈາກ​ຜ້າ​ອັດ​ດັງ, ນ້ຳ​ຢາ​ຂ້າ​ເຊື້ອ​ພະຍາດ, ມອບອາຫານໃຫ້​ແກ່​ນັກ​ສຶກສາ​ຕ່າງປະ​ເທດ, ຈັດ​ຕັ້ງຮັບ-ສົ່ງນັກສຶກສາຕ່າງປະ​ເທດທີ່ກຳລັງກັກໂຕຢູ່ຊາຍ​ແດນ.

 

ກິດຈະກຳປະກວດຄວາມງາມຂອງນັກສຶກສາລາວ

ໄປຢ້ຽມຢາມສະຖານທີ່ປະຫວັດສາດທ້ອງຖິ່ນ

 

ຢ້ຽມຢາມອ່າວຮ່າລອງ

ການແຂ່ງຂັນປຸງແຕ່ງອາຫານ

ສະເຫຼີມສະຫຼອງບຸນປີໃໝ່ລາວ, ວັນຊາດລາວ

ກິດຈະກໍາການສຶກສາຂອງນັກສຶກສາຕ່າງປະເທດຢູ່ໃນມະຫາວິທະຍາໄລ

ໂຄງການຝຶກອົບຮົມໃຫ້ແກ່ນັກສຶກສາຕ່າງປະເທດ ທີ່ມະຫາວິທະຍາໄລ

ກະລຸນາຕິດຕໍ່ພວກເຮົາສໍາລັບຄໍາແນະນໍາ

Ms. On Thi My Linh

Face: https://www.facebook.com/my.linh.129      Email: linhotm@tnue.edu.vn     Phone:   +84 911 238 986

Mr. Bac

Face: https://www.facebook.com/bac.vu.3551           Email: bacvd@tnue.edu.vn   Phone:   +84 979 369 523

 

loading....